Print Friendly and PDF


ໄລຍະກ່ອນການເຈລະຈາ​ຂັ້ນ​ຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ໃນລະຫວ່າງໄລຍະກ່ອນການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ປະເທດທີ່ສົ່ງອອກໄມ້ ແລະ ສະຫະພາບເອີຣົບດຳເນີນການຊອກຫາໂອກາດ ແລະ ສິ່ງທ້າທາຍໃນການດຳເນີນຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ຕັດສິນວ່າຈະລິເລີ່ມການເຈລະຈາ ຫຼື ບໍ່. ແຕ່ລະປະເທດມີວິທີ ແລະ ໂຄງສ້າງຂອງຕົນເອງໃນການບັນລຸການຕັດສິນໃຈ, ເຊິ່ງອາດຈະປະກອບດ້ວຍ:

  • ການໄດ້​ຮັບ ແລະ ການແບ່ງປັນ​ຂໍ້​ມູນ
  • ດຳ​ເນີນ​ການວິ​ເຄາະຂະ​ແໜງ​ປ່າ​ໄມ້, ໂຄງ​ສ້າງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ​ພົວພັນໂດຍ​ກົງ ຫຼື ມີ​ຄວາມ​ສົນ​ໃຈ​ໃນ​ຂະ​ແໜງ​ດັ່ງ​ກ່າວ
  • ປູກ​ຈິດ​ສຳ​ນຶກ​ລະ​ຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ
  • ພິ​ຈາ​ລະ​ນາ​ພາຍ​ໃນ ແລະ ລະ​ຫວ່າງ​ກຸ່ມ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບ​ປະເດັນບຸ​ລິ​ມະ​ສິດ ທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາ​ມາດ​ຊ່ວຍ​ແກ້​ໄຂ​ໄດ້
  • ປະ​ເມີນ​ຜົນ​ປະ​ໂຫຍດ​ທີ່​ຈະ​ເກີດ​ຂຶ້ນ ແລະ ຜົນ​ຕາມມາຂອງການ​ດຳ​ເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ກະ​ກຽມ​ການ​ເຈ​ລະ​ຈາ

ໄລຍະກ່ອນການເຈລະຈາຈະແຕກຕ່າງກັນຕາມແຕ່ລະປະເທດ. ເຊິ່ງໃນປະເທດການ້າ ວຽກງານການປູກຈິດສຳນຶກແມ່ນເລີ່ມຕັ້ງແຕ່ເດືອນກຸມພາ 2005. ການປະຊຸມແຫ່ງຊາດໃນເດືອນພຶດສະພາ 2005 ພາໃຫ້ເກີດຂໍ້ຕົກລົງຢ່າງກວ້າງຂວາງລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງໃນການກ້າວໄປຂ້າງໜ້າ. ລັດຖະບານຂອງປະເທດການ້າ ໄດ້ແຈ້ງສະຫະພາບເອີຣົບຢ່າງເປັນທາງການກ່ຽວກັບຄວາມຕ້ອງການໃນການເຂົ້າຮ່ວມການເຈລະຈາໃນເດືອນທັນວາ 2006.

ຂໍ້​ມູນ ແລະ ການ​ປູກ​ຈິດ​ສຳ​ນຶກ

ບັນດາປະເທດທີ່ຜະລິດ ແລະ ສົ່ງອອກໄມ້ໃນເຂດຮ້ອນແມ່ນມີໂອກາດໄດ້ສຶກສາກ່ຽວກັບແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບຕັ້ງແຕ່ປີ 2003 ເປັນຕົ້ນມາ. ປະເທດທີສົ່ງອອກໄມ້ທີມີຄວາມສົນໃຈໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາ ການຄ້າແບບສະໝັກໃຈ (VPA) ສາມາດສະເໜີຂໍຂໍ້ມູນຈາກສະຫະພາບເອີຣົບ. ເຊິ່ງສະຫະພາບເອີຣົບ, ບັນດາປະເທດສະມາຊິກຂອງສະຫະພາບເອີຣົບ, ຜູ້ອຳນວຍຄວາມສະດວກການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, EU FLEGT Facility, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ ແລະ ໜ່ວຍງານຂອງສະຫະປະຊາຊາດ, ເປັນຕົ້ນແມ່ນອົງການອາຫານ ແລະ ການກະສິກຳ, ເປັນຜູ້ສະໜອງຂໍ້ມູນ ແລະ ການສະໜັບສະໜູນອື່ນໆເພື່ອຊ່ວຍຕົວແທນຂອງປະເທດ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆມີຄວາມເຂົ້າໃຈໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ລັດ​ຖະ​ບານ ແລະ ກຸ່ມ​ຂອງ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້​ອງ​ຂອງ​ບັນ​ດາ​ປະ​ເທດ​ທີ່​ສົ່ງ​ອອກ​ໄມ້ຍັງ​ໄດ້​ຮັບ ແລະ ແບ່ງ​ປັນ​ຂໍ້​ມູນຜ່ານ​ວຽກ​ງານ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ມີ​ສ່ວນ​ຮ່ວມ​ໃນ​ທາງ​ການ​ເມືອງ​ແຫ່ງ​ຊາດ​ເພື່ອ​ເສີມຂະຫຍາຍການສະ​ໜັບ​ສະ​ໜູນ​​ຂັ້ນ​ຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງ​ທຸກກະ​ຊວງໃຫ້​ເຂັ້ມ​ແຂງ​ຂຶ້ນ
  • ການ​ປະ​ຊຸມ​ເພືອ​ປູກ​ຈິດ​ສຳ​ນຶກ
  • ວິ​ເຄາະ​ຂະ​ແໜງ​ປ່າ​ໄມ້ ແລະ ມຸມມອງ​ຕ່າງໆ​ທີ​ກ່ຽວ​ຂ້ອງ​ກັບການ​ຄຸ້ມ​ຄອງ, ກົດ​ໝາຍ ແລະ ການ​ຄ້າ ໂດຍ​ສະ​ເພາະ​ແມ່ນ​ລະບົບການຄຸ້ມຄອງຕ່ອງໂສ້ການສະໜອງ
  • ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ ຫຼື ໄດ້ດຳ​ເນີນ​ການ​ເຈ​ລະ​ຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອ​ຕອບ​ສະ​ໜອງບັນດາພາກສ່ວນກ່ຽວຂ້ອງ ແລະ ສຶກ​ສາ​ຈາກ​ປະ​ສົບການ​ຂອງ​ພວກ​ເຂົາ
  • ຢ້ຽມ​ຢາມ​ສະ​ຫະ​ພາບ​ເອີ​ຣົບ​ເພື່ອ​ໃຫ້ເຂົ້າ​ໃຈ​ເຖິງຄວາມຈຳເປັນໃນ​ການ​ປ່ຽນ​ແປງ​ຕະຫຼາດ
  • ການ​ສຶກ​ສາ​ການ​ດຳ​ເນີນ​ງານ, ເປັນ​ຕົ້ນ​ແມ່ນ​ສຶກ​ສາ​ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ ແລະ ຜົນ​ປະ​ໂຫຍດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່​ຈະ​ເກີດ​ຂຶ້ນ ຫຼື ກ່ຽວ​ກັບ​ຜົນ​ກະ​ທົບ​ທາງ​ສັງ​ຄົມ​ຂອງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ທີ່​ຈະ​ເກີດ​ຂຶ້ນ (ເບິ່ງ​ຕາ​ຕະ​ລາງ ‘ການ​ສຶກ​ສາ​ດ້ານ​ເຕັກ​ນິກ')
  • ເຂົ້າ​ຮ່ວມ​ວຽກ​ງານ​ພາຍນອກ​ເພື່ອ​ປູກ​ຈິດ​ສຳ​ນຶກ​ໃຫ້​ຂົງ​ເຂດ​ຕ່າງໆ

ສິ່ງ​ທ້າ​ທາຍຫຼັກໆ​ແມ່ນ​ຄວາມ​ຊັບ​ຊ້ອນ​ໃນ​ການສື່ສານຂໍ້​ມູນ​ດ້ານ​ເຕັກ​ນິກ​ກ່ຽວ​ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນພາສາຂອງປະເທດທີ່ມີສ່ວນຮ່ວມກ່ຽວກັບ.

ການ​ພິ​ຈາ​ລະ​ນາ

ການຕົກລົງຂອງປະເທດໃດໜຶ່ງໃນການລິເລີ່ມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຕ້ອງຕອບສະໜອງຄວາມຕ້ອງການຂອງບັນດາພາກສ່ວນກ່ຽວຂ້ອງ. ຄວາມແຕກຕ່າງພາຍໃນ ແລະ ລະຫວ່າງກຸ່ມຂອງບັນດາພາກສ່ວນທີ່ກ່ຽວຂ້ອງໝາຍຄວາມວ່າ ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ມາຮ່ວມກັນເພື່ອປຶກສາຫາລືເປັນຢ່າງທຳອິດ ແລະ ບັນລຸຄວາມເປັນເອກະພາບກັນວ່າຈະດຳເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຫຼື ບໍ່.

ດັ່ງນັ້ນ, ມັນຈຶ່ງເປັນສິ່ງທີ່ສຳຄັນສຳລັບບັນດາພາກສ່ວນທີ່ກ່ຽວຂ້ອງໃນທຸກຂັ້ນ ໃນການເຂົ້າໃຈຄ່າໃຊ້ຈ່າຍ ແລະ ຜົນປະໂຫຍດທີ່ຈະເກີດຂຶ້ນ ແລະ ສິ່ງທີ່ຂໍ້ຕົກລົງດັ່ງກ່າວມີຄວາມໝາຍໃນທາງປະຕິບັດ. ກຸ່ມອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນທີ່ກ່ຽວຂ້ອງແມ່ນຈະຕ້ອງໄດ້ປຶກສາຫາລືກັນເປັນປະຈຳ ວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະສ້າງຜົນປະໂຫຍດໃຫ້ແກ່ພວກເຂົາ ຫຼື ບໍ່, ກ່ອນຈະແລກປ່ຽນຄວາມຄິດເຫັນກັບຕົວແທນຂອງລັດຖະບານ.

ລັດຖະບານຂອງປະເທດທີ່ສົ່ງອອກໄມ້ຈະຕ້ອງໄດ້ຮັບຜິດຊອບໃນການຮັບຮອງການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ. ໃນບັນດາປະເທດຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນໃຫຍ່ ກ່ອນທີ່ຈະຕົກລົງດຳເນີນການເຈລະຈາ, ລັດຖະບານໄດ້ພະຍາຍາມປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງ ແລະ ບັນລຸຄວາມເປັນເອກະພາບກັນກ່ຽວກັບມູນຄ່າຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ສິ່ງທ້າທາຍທີ່ຂໍ້ຕົກລົງດັ່ງກ່າວສາມາດແກ້ໄຂໄດ້. ວຽກງານດັ່ງກ່າວປະກອບດ້ວຍ:

  • ການລະ​ບຸ, ການມີ​ສ່ວນ​ຮ່ວ​ມ​ ແລະ ການແຈ້ງ​ຂໍ້ມູນໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບຮູ້, ທີ່​ອາດ​ຈະ​ເປັນ​ຜູ້ສ້າງເວທີແຫ່ງຊາດ ຫຼື ໂຄງ​ສ້າງ​ຂອງ​ບັນ​ດາ​ຕົວ​ແທນ ເພື່ອ​ເຮັດ​ໃຫ້​ຄວາມ​ສົນ​ໃຈ​ຂອງ​ພວກ​ຕົນ​ກ້າວ​ໜ້າ
  • ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ພາຍ​ໃນ ແລະ ລະ​ຫວ່າງ​ກຸ່ມ​ພາກ​ສ່ວນ​ກ່ຽວ​ຂ້ອງ​ກ່ຽວ​ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ອົງ​ປະ​ກອບ​ທີ່​ສຳ​ຄັ​ນ​ຂອງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ
  • ຈັດ​ກອງປະ​ຊຸມ​ແຫ່ງ​ຊາດ​ເພື່ອ​ເຮັດ​ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງສາ​ມາດ​ລະ​ບຸ​ບັນ​ດາ​ສິ່ງ​ທ້າ​ທາຍ ທີ່​ພວກ​ເຂົາ​ຄິດ​ວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຕ້ອງ​ແກ້​ໄຂ

ການ​ປຶກ​ສາ​ຫາ​ລື​ສາ​ມາດ​ເປີດ​ການ​ສົນ​ທະ​ນາ​ໃນ​ຫົວ​ຂໍ້​ດັ່ງ​ຕໍ່​ໄປ​ນີ້:

  • ວິ​ທີ​ການ​ກຳ​ນົດ​ໄມ້​ທີ່​ຖື​ກກົດ​ໝາຍ
  • ວິ​ທີ​​ການ​ຕິດ​ຕາມ ແລະ ກວດສອບໄມ້​ທີ່​ຖືກ​ກົດ​ໝາຍ
  • ວິ​ທີ​ການ​ແກ້​ໄຂຄວາມ​ເດືອດ​ຮ້ອນ

ປະສົບປະການໃນປະຈຸບັນໄດ້ສະແດງໃຫ້ເຫັນວ່າການປຶກສາຫາລືແມ່ນສົ່ງຜົນປະໂຫຍດໃຫ້ແກ່ບັນດາຂັ້ນຕໍ່ໄປໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຖ້າລັດຖະບານຕົກລົງໃນການເຂົ້າຮ່ວມການເຈລະຈາກັບສະຫະພາບເອີຣົບແລ້ວ, ການປຶກສາຫາລືພາຍໃນ ແລະ ລະຫວ່າງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດແມ່ນຈະດຳເນີນການຕໍ່ໃນໄລຍະການເຈລະຈາ. ເຖິງຢ່າງໃດກໍ່ຕາມໃນບາງປະເທດແມ່ນມີອຸປະສັກໃນການປຶກສາຫາລືກັບບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ອຸປະສັກດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ກັບຄວາມຄືບໜ້າຂອງຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ການສຶກສາທາງດ້ານເຕັກນິກ

ໃນຂະນະທີ່ປະເທດຕ່າງໆໄດ້ກະກຽມເຂົ້າຮ່ວມການເຈລະຈາ ຫຼື ເມື່ອລິເລີ່ມການເຈລະຈາແລ້ວ, ພວກເຂົາຈະພົບວ່າພວກເຂົາຂາດແຄນຂໍ້ມູນທີ່ດີກ່ຽວກັບຂະແໜງປ່າໄມ້ ແລະ ລະບົບທີ່ມີໃນປະຈຸບັນ. ໃນກໍລະນີເຫຼົ່ານີ້, ປະເທດຕ່າງໆຈະຕ້ອງໄດ້ປະຕິບັດ ຫຼື ດຳເນີນການສຶກສາດ້ານເຕັກນິກເພື່ອປິດຊ່ອງຫວ່າງຂອງຂໍ້ມູນ ຫຼື ເພື່ອຄົ້ນຫາວິທີທີ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ສາມາດນຳໃຊ້ໄດ້ໃນຕົວຈິງ. ການສຶກສາດັ່ງກ່າວຈະຕ້ອງໄດ້ພົວພັນກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເຊິ່ງພວກເຂົາສາມາດຊ່ວຍລັດຖະບານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງອື່ນໆໄດ້:

  • ຕັດ​ສິນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເໝາະ​ສົມ ຫຼື ບໍ່
  • ພິ​ຈາ​ລະ​ນາ​ຄ່າ​ໃຊ້​ຈ່າຍ ແລະ ຜົນ​ປະ​ໂຫຍດ​ໃນ​ການເຊື່ອມ​ໂຍງ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ໂດຍ​ກົງ
  • ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ການ​ດຳ​ເນີນ​ການ​​ເພື່ອ​ກຳນົດ ແລະ ຈັດ​ຕັງ​ປະ​ຕິ​ບັດລະ​ບົບ​ທີ່​ສອດ​ຄ່ອງ​ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ຮັບ​ປະ​ກັນ​ວ່າ​ການ​ເຈ​ລະ​ຈາ​ຈະກວມ​ເອົາ​ທຸກ​ບັນ​ຫາ

ຕົວ​ຢ່າງ​ການ​ສຶກ​ສາ ແລະ ວຽກ​ງານ​ທີ່​ໄດ້​ແຈ້ງໃນ​ການ​ເຈ​ລະ​ຈາ​ປະ​ກອບ​ດ້ວຍ:

ປະ​ເທດ​ແຄມມາ​ຣູນ ການ​ທົບ​ທວນນິ​ຕິ​ກຳ​ຢ່າງຄອບ​ຄຸມ, ການ​ສຶກ​ສາ​ກ່ຽວ​ກັບ​ການ​ຄ້າ​ໃນ​ຕະຫຼາດ​ພາຍ​ໃນ ແລະ ການ​ທົບ​ທ​ວນການ​ສັງ​ເກດ​ການ​ຂະ​ແໜງ​ປ່າ​ໄມ້ຢ່າງ​ອິດ​ສະຫຼະ

ປະເທດໄອເວີລີໂຄດ. ການ​ປະ​ເມີນ​ຄວາມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ ແລະ ການ​ຕິດ​ຕາມກວດ​ກາ​ຜະ​ລິດ​ຕະ​ພັນ​ຈາກ​ປ່າ​ໄມ້​ແບບ​ມີ​ສ່ວນ​ຮ່ວມ, ເຊິ່ງ​ກຳ​ນົດບັນ​ຫາ​ທີ່​ເຊື່ອມ​ໂຍງ​ກັບ​ແຕ່​ລະ​ອົງ​ປະ​ກອບ​ຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ

ປະ​ເທດ​ກາ​ບອນ. ການ​ປະ​ເມີນ​ສິ່ງ​ທ້າ​ທາຍ​ໃນ​ການ​ຄຸ້ມ​ຄອງ​ໃນ​ຂະ​ແໜງ​ປ່າ​ໄມ້

ປະ​ເທດ​ກາ​ນ້າ ການ​ປະ​ເມີນ​ຜົນ​ກະ​ທົບ​ທາງ​ດ້ານ​ເສດ​ຖະ​ກິດ​-ສັງ​ຄົມ ທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈອາດຈະມີ​ຕໍ່ບັນດາພາກສ່ວນທີ່ກ່ຽວຂ້ອງ ພາຍ​ໃຕ້​ຜົນ​ຮັບ​ທີ່ແຕກຕ່າງກັນຈາກ​ການ​ເຈ​ລະ​ຈາ

ປະ​ເທດ​ອິນ​ໂດ​ເນ​ເຊຍ ການປຶກສາຫາລືກັບບັນດາພາກສ່ວນທີ່ກ່ຽວຂ້ອງໃນລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ການປະຊຸມບັນດາພາກສ່ວນທີ່ກ່ຽວຂ້ອງແຫ່ງຊາດຫຼາຍພາກສ່ວນ ກ່ຽວກັບສິ່ງທີ່ອາດຈະເກີດຂຶ້ນຕໍ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ແລະ ກົນລະຍຸດການມີສ່ວນຮ່ວມ. ດັ່ງນັ້ນ ປະເທດອິນໂດເນເຊຍຈຶ່ງສ້າງຈຸດປະສານງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອພົວພັນຢ່າງໃກ້ຊິດກັບເວທີຂອງອົງການຈັດຕັ້ງທາງສັງຄົມທີ່ມີຢູ່ແລ້ວ. ດັ່ງນັ້ນ, ຈຶ່ງເກີດມີການສຶກສາຕະຫຼາດຂຶ້ນ.

ປະ​ເທດ​ໄລ​ບີ​ເລຍ ການ​ວິ​ເຄາະ​ຄ່າ​ໃຊ້​ຈ່າຍ ແລະ ຜົນ​ປະ​ໂຫຍດ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສຳ​ລັບ​ປະ​ເທດ​ໄລ​ບີ​ເລຍ ແລະ ການ​ສຶກ​ສາ​ລະ​ບົບຄວບ​ຄຸມການຕິດຕາມແຫຼ່ງທີ່ມາຂອງ​ໄມ້​ແຫ່ງ​ຊາດ ທີ່​ປະ​ເທດ​ໄລ​ບີ​ເລຍກຳລັງພັດ​ທະ​ນາ

ປະ​ເທດ​ໄທ. ການ​ດຳ​ເນີນ​ການ​ເພື່ອ​ລະ​ບຸບັນດາພາກສ່ວນທີ່ກ່ຽວຂ້ອງຂອງ​ອົງ​ການ​ຈັດ​ທາງ​ສັງ​ຄົມ ແລະ ການ​ສຶກ​ສາການ​ເຄື່ອນ​ຍ້າຍ​ໄມ້​ເພື່ອ​ລະ​ບຸ​ແຫຼ່ງ​ທີ່​ມາ​ຂອງ​ໄມ້, ລະ​ດັບ​ການ​ຄວ​ບ​ຄຸມ, ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ຊ່ອງ​ຫວ່າງ​ທີ່​ເຮັດ​ໃຫ້​ໄມ້​ທີ່ບໍ່​ໄດ້​ຮັບ​ການ​ຢ້ງ​ຢືນ​ຄວາມ​ຖືກ​ຕ້ອງ ເຂົ້າ​ສູ່ຕ່ອງ​ໂສ້​ການ​ສະ​ໜອງ​​ຄວ​ບ​ຄູມ

ແຫຼ່ງຂໍ້ມູນ: ອົງການອາຫານ ແລະ ການກະສິກຳ. ປີ 2014. ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນອາຟຣິກາກາງ ແລະ ຕາເວັນຕົກ: ຈາກທິດສະດີສູ່ການປະຕິບັດ. ອົງການອາຫານ ແລະ ການກະສິກໍາ ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ (FAO) ນະຄອນໂຣມ, ປະເທດອີຕາລີ. 58pp. [ດາວໂຫຼດ PDF]

 

ກະ​ກຽມ​ການ​ເຈ​ລະ​ຈາ

ລະດັບໃນການມີສ່ວນຮ່ວມ ແລະ ຄວາມເຂົ້າໃຈໃນໄລຍະກ່ອນການເຈລະຈາ ມີຜົນກະທົບຕໍ່ຂັ້ນຕໍ່ໄປໃນຂັ້ນຕອນ ແລະ ຄຸນນະພາບໂດຍລວມຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໃນຂັ້ນດັ່ງກ່າວ ຖ້າມີຄວາມເປັນໄປໄດ້ໃນການດຳເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງອື່ນໆຈະເປັນຜູ້ຮັບຜິດຊອບໃນການກະກຽມການເຈລະຈາກ່ອນທີ່ຈະເລີ່ມດຳເນີນການ. ເຊິ່ງການກະກຽມດັ່ງກ່າວປະກອບດ້ວຍ:

  • ການ​ປຶກ​ສາ​ຫາ​ລື​ຂອງບັນ​ດາ​ພ​າກ​ສ່ວນ​ກ່ຽວ​ຂ້ອງ​ໃນ​ການ​ສຶກ​ສາການ​ເຄື່ອນ​ຍ້າຍ​ໄມ້ ແລະ ການ​ປະ​ເມີນ​ລະ​ບົບການ​ຕິດ​ຕາມ​ໄມ້ ແລະ ລະ​ດັບ​ຂອງ​ການ​ລັກ​ລອບ​ຕັດ​ໄມ້​ຢ່າງ​ຜິດ​ກົດ​ໝາຍ
  • ພິ​ຈາ​ລະ​ນາ​ວິ​ທີ​ທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສອດ​ຄ່ອງ​ກັບ​ນິ​ຕິ​ກຳ, ລະ​ບົບທີ່​ມີ​ຢູ່​ແລ້ວ ແລະ ການ​ປະ​ຕິ​ຮູບຕ່າງໆ
  • ສ້າງ​ກຸ່ມ​ຂອງ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ, ເຊິ່ງ​ມີ​ສະ​ມາ​ຊິກ​ຈາກ​ພາກ​ເອ​ກະ​ຊົນ ແລະ ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມທີ່​ໄດ້​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ສະ​ໝັກ​ໃຈ

ໃນຫຼາຍປະເທດ, ການກ້າວໄປສູ່ການເຈລະຈາແບບເປັນທາງການໄດ້ດຳເນີນການຢ່າງໄວວາ, ຫຼຸດຜ່ອນເວລາ ແລະ ຊ່ອງຫວ່າງໃນການເສີມສ້າງການມີສ່ວນຮ່ວມ ແລະ ຄວາມເປັນເອກະພາບຂອງບັນດາພາກສ່ວນກ່ຽວຂ້ອງ. ເຊິ່ງໝາຍຄວາມວ່າມັນເປັນສິ່ງສຳຄັນສຳລັບບັນດາພາກສ່ວນທີ່ກ່ຽວຂ້ອງໃນການຈັດລະບົບພວກເຂົາເຂົ້າໃນໂຄງສ້າງການເປັນຕົວແທນ, ກຳນົດບຸລິມະສິດ ແລະ ກະກຽມການເຈລະຈາໃນບັນຫາສະເພາະໄດ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້. ຖ້າສະຫະພາບເອີຣົບໝັ້ນໃຈວ່າປະເທດໃດໜຶ່ງກຳລັງກ້າວໄປສູ່ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ສະຫະພາບເອີຣົບອາດຈະຊຸກຍູ້ແຜນງານສະໜັບສະໜູນເພື່ອຊ່ວຍບັນ ດາພາກສ່ວນທີ່ກ່ຽວຂ້ອງໃນການສ້າງນະໂຍບາຍ ແລະ ຄວາມເຂົ້າໃຈຕໍ່ບັນຫາ ເພື່ອໃຫ້ພວກເຂົາມີຄວາມພ້ອມໃນການເຂົ້າຮ່ວມການເຈລະຈາ.

ຄວາມ​ພ້ອມ​ສຳ​ລັບ​ການ​ເຈ​ລະ​ຈາ

ໄລຍະກ່ອນການເຈລະຈາຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສິ້ນສຸດລົງເມື່ອລັດຖະບານຂອງປະເທດທີ່ສົ່ງອອກໄມ້ຕັດສິນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບໍ່ເໝາະສົມ ຫຼື ຕັດສິນໃຈວ່າລັດຖະບານມີຄວາມຕ້ອງການທີ່ຈະເລີ່ມການເຈລະຈາ. ໃນກໍລະນີຕໍ່ມາ, ການຕັດສິນໃຈແມ່ນເກີດຂຶ້ນທີ່ກອງປະຊຸມແຫ່ງຊາດເມື່ອບັນດາພາກສ່ວນກ່ຽວຂ້ອງທັງໝົດຢືນຢັນວ່າຈະໃຫ້ການສະໜັບສະໜູນ. ເຊິ່ງການຕັດສິນໃຈດັ່ງກ່າວອາດຈະເປັນຮູບແບບລາຍລັກອັກສອນທີ່ຕົວແທນຂອງກຸ່ມຂອງບັນດາພາກສ່ວນທີ່ກ່ຽວຂ້ອງ.

ໃນຫຼາຍປະເທດ, ການຕັດສິນໃຈໃນການລິເລີ່ມການເຈລະຈາແມ່ນຕ້ອງມີການຮັບຮອງທາງການເມືອງພາຍໃນປະເທດ. ຕົວຢ່າງ: ປະເທດໄທຈະຕ້ອງໄດ້ຮັບການອະນຸມັດຈາກລັດຖະສະພາ ແລະ ສຳລັບປະເທດມາເລເຊຍແມ່ນຈະຕ້ອງມີຂໍ້ຕົກລົງຈາກສະພາຂອງປະເທດ.

ເມື່ອລັດຖະບານຂອງປະເທດທີ່ສົ່ງອອກໄມ້ຕັດສິນໃຈວ່າຕົນເອງຕ້ອງການດຳເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ລັດຖະບານໄດ້ແຈ້ງໃຫ້ສະຫະພາບເອີຣົບກ່ຽວກັບເຫດຜົນທີ່ລັດຖະບານດັ່ງກ່າວຕ້ອງການທີ່ຈະລິເລີ່ມການເຈລະຈາ ແລະ ສິ່ງທີ່ລັດຖະບານຫວັງວ່າຈະບັນລຸກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ລັດຖະບານແຫ່ງຊາດຈະຕ້ອງສະແດງໃຫ້ເຫັນວ່າການຕັດສິນໃຈຂອງຕົນປະຕິບັດຕາມ ແລະ ສອດຄ່ອງກັບການພິຈາລະນາໂດຍທົ່ວເຖິງໃນລັດຖະບານ ແລະ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ. ລັດຖະບານຈະຕ້ອງໄດ້ກຳນົດສິ່ງທ້າທາຍທີ່ບັນດາພາກສ່ວນທີ່ກ່ຽວຂ້ອງແຫ່ງຊາດຄິດວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຕ້ອງແກ້ໄຂ.

ຫຼັງຈາກທີ່ສະຫະພາບເອີຣົບໄດ້ຮັບການຮັບປະກັນການມີສ່ວນຮ່ວມຂອງປະເທດໃດໜຶ່ງ ທັງສອງຝ່າຍຈະຕ້ອງປະກາດຄວາມຕັ້ງໃຈຂອງຕົນໃນການດຳເນີນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະ ໝັກໃຈ. ໃນບາງກໍລະນີ, ການສະເໜີຢ່າງເປັນທາງການຈາກບັນດາປະເທດທີ່ສົ່ງອອກໄມ້ ຫາສະຫະພາບເອີຣົບໃນການລິເລີ່ມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບໍ່ຈະແຈ້ງວ່າໄດ້ມີການດຳເນີນການປຶກສາຫາລືກັບບັນຫາພາກສ່ວນທີ່ກ່ຽວຂ້ອງ ຫຼື ກຳນົດຈຸດປະສົງສຳລັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນທີ່ຮຽບຮ້ອຍແລ້ວ. ໃນກໍລະນີເຫຼົ່ານີ້, ສະຫະພາບເອີຣົບແນະນຳໃຫ້ມີການປຶກສາຫາລື ແລະ ການພິຈາລະນາພາຍໃນປະເທດເພື່ອກະກຽມການເຈລະຈາ.

ການ​ກະ​ກຽມ​ອາດເຮັດ​ໃຫ້​ເກີດມີ​ຄວາມ​ລ່າ​ຊ້າ

ການກະກຽມອາດເຮັດໃຫ້ການມີສ່ວນຮ່ວມໜ້ອຍລົງ ຖ້າບໍ່ແມ່ນການກະກຽມແບບເປີດກວ້າງ ຫຼື ບໍ່ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຕົວຢ່າງ: ຖ້າລັດຖະບານຄັດເລືອກບັນດາພາກສ່ວນທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ບັນດາພາກສ່ວນກ່ຽວຂ້ອງຕັດສິນດ້ວຍຕົວພວກເຂົາເອງ ສິ່ງເຫຼົ່ານີ້ສາມາດເຮັດໃຫ້ເກີດຄວາມເຄັງຕຶງທີ່ຈະສ້າງບັນຫາໃນການບັນລຸຄວາມເປັນເອກະພາບໃນຂັ້ນຕອນຕໍ່ໆໄປ.

ໃນບາງຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ກຸ່ມຂອງບັນດາພາກສ່ວນທີ່ກ່ຽວຂ້ອງຮູ້ສຶກວ່າພວກເຂົາບໍ່ມີສິດໃນການສະແດງຄວາມຄິດເຫັນ ແລະ ໄດ້ຮຽກຮ້ອງໃຫ້ດຳເນີນການເພື່ອແກ້ໄຂບັນຫາ. ໃນບາງກໍລະນີ, ສິ່ງດັ່ງກ່າວນີ້ໄດ້ນຳໄປສູ່ການຕີຄວາມໝາຍຢ່າງກວ້າງຂວາງຂອງບັນດາພາກສ່ວນທີ່ກ່ຽວຂ້ອງ. ຫຼື ເວົ້າອີກຢ່າງໜຶ່ງກໍ່ຄືມັນເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງເກີດຄວາມບໍ່ພໍໃຈ ແລະ ຄວາມບໍ່ເຫັນດີ.

ໃນປະເທດໃດໜຶງ ການດຳເນີນການເພື່ອກຳນົດບັນດາພາກສ່ວນທີ່ກ່ຽວຂ້ອງທີ່ມີຄວາມສົນໃຈໃນ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ກຳນົດແຕ່ພຽງບັນດາພາກສ່ວນທີ່ກ່ຽວຂ້ອງທີ່ເຊື່ອມໂຍງກັບຕ່ອງໂສ້ການສະໜອງ ແລະ ບໍ່ລວມເອົາບັນດາພາກສ່ວນທີ່ກ່ຽວຂ້ອງອື່ນໆ. ການຮັບຮອງຢ່າງຄອບຄຸມກາຍເປັນບັນຫາໃນລະຫວ່າງໄລຍະການເຈລະຈາ ແລະ ຕ້ອງໃຊ້ເວລາໃນການແກ້ໄຂ. ຄວາມລ່າຊ້າສາມາດຫຼີກລ່ຽງໄດ້ ຖ້າການກໍານົດພາກສ່ວນທີ່ກ່ຽວຂ້ອງໃນໄລຍະກ່ອນການເຈລະຈາມີການຂະຫຍາຍຂອບເຂດໃຫ້ກວ້າງຂຶ້ນ.

ບັນດາພາກສ່ວນທີ່ກ່ຽວຂ້ອງສາມາດດຳເນີນການກະກຽມໄດ້ຢ່າງຫຼວງຫຼາຍ. ໃນປະເທດອື່ນບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ຕັດສິນໃຈກ່ອນເຂົ້າຮ່ວມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເພື່ອພັດທະນາຄວາມເປັນເອກະພາບຂອງບັນດາພາກສ່ວນທີ່ກ່ຽວຂ້ອງກ່ຽວກັບມາດຕະຖານຄວາມຖືກຕ້ອງທາງກົດໝາຍ ໂດຍອີງຕາມປະສົບການພ້ອມກັບມາດຕະຖານການຢັ້ງຢືນຂອງບໍລິສັດ. ເມື່ອເລີ່ມຕົ້ນການເຈລະຈາ, ປະເທດດັ່ງກ່າວໄດ້ແບ່ງປັນສິ່ງທີ່ນິຍາມຄວາມຖືກຕ້ອງທາງກົດໝາຍທີ່ໃກ້ຈະສົມບູນ ກັບຄະນະກຳມະທິການເອີຣົບ.

ເຖິງຢ່າງໃດກໍ່ຕາມ, ຄະນະກຳມະທິການເອີຣົບຄິດວ່ານິຍາມດັ່ງກ່າວບໍ່ໄດ້ແກ້ໄຂບັນຫາຢ່າງເຕັມສ່ວນ ແລະ ບໍ່ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ໃນກໍລະນີດັ່ງນີ້, ການກະກຽມໄດ້ສ້າງປະສົບການໃນລະຫວ່າງກຸ່ມຂອງພາກສ່ວນທີ່ກ່ຽວຂ້ອງ, ແຕ່ນຳໄປສູ່ທາງທີ່ຜິດໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Falconer, J. 2013. ພາບລວມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ໂອກາດ ແລະ ສິ່ງທ້າທາຍສຳລັບໂຄງການເພື່ອຄວາມກ້າວໜ້າຂອງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ສະເໜີໂຄງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃນກອງປະຊຸມປະສານງານ. ໃນວັນທີ 9 ຕຸລາ 2013, ນະຄອນບຣຸກແຊນ. [ດາວໂຫຼດPowerPoint presentation]

ແຫຼ່ງຂໍ້ມູນ: ອົງການອາຫານ ແລະ ການກະສິກຳ. ປີ 2014. ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນອາຟຣິກາກາງ ແລະ ຕາເວັນຕົກ: ຈາກທິດສະດີສູ່ການປະຕິບັດ. ອົງການອາຫານ ແລະ ການກະສິກໍາ ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ (FAO) ນະຄອນໂຣມ, ປະເທດອີຕາລີ. 58pp. [ດາວໂຫຼດ PDF]



 

ຂໍສະຫງວນສິດໃນການນຳໃຊ້. ເນື້ອໃນລາຍລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອີງຕາມບົດຮຽນ ແລະ ປະສົບປະການທີ່ EU FLEGT Facility ໄດ້ເກັບກ່ຽວ ແລະ ໄດ້ກຳນົດ ແລະ ດັ່ງນັ້ນຈຶ່ງຕົກເປັນຄວາມຮັບຜິດຊອບຂອງອົງການດັ່ງກ່າວແຕ່ພຽງຜູ້ດຽວ. ສຳລັບຄວາມຄິດເຫັນ ຫຼື ຄຳຖາມຕ່າງໆ, ກະລຸນາຕິດຕໍ່ EU FLEGT Facility ໄດ້ທີ່ອີເມວ: info@euflegt.efi.int

© European Forest Institute 2016